ເລື່ອງ ເສນາເຖົ້າ
1 Vote
ຢູ່ໃນນະຄອນໜຶ່ງມີເສນາເຖົ້າຄົນຫນຶ່ງດຳລົງຊີບຢູ່ມື້ໜຶ່ງໝໍດູຄົນ ໜຶ່ງໄດ້ບອກລາວວ່າ:ພາຍໃນເຈັດວັນນີ້ເຄາະຕາຍຈະເຂົ້າເຖິງເຈົ້າ. ເພື່ອຫຼີກລຽງເຄາະຕາຍນີ້ນັບແຕ່ນີ້ຈົນຮອດຍາມຕູດຊ້າຍຂອງວັນຖ້ວນ ເຈັດຢ່າໄດ້ລົງເຮືອນໄປທ່ຽວຄວ່າເນີ!ວິດຍາມຕູດຊ້າຍແລ້ວຈິ່ງ ຄ່ອຍລົງ. ເມື່ອນັ້ນເສນາເຖົ້າກໍເຮັດຕາມຄຳແນະນຳທຸກຢ່າງຈຶ່ງບໍ່ມີອັນໃດ ເປັນໄພແກ່ລາວ.ແຕ່ໃນວັນຖ້ວຍເຈັດຍາມອາທິດຂຶ້ນກາຍທ່ຽງເສນາເຖົ້າ ໄດ້ນັບເວລາຜິດວ່າລ້ຳຍາມຕູດຊ້າຍແລ້ວແຕ່ແທ້ຈິ່ງຍັງບໍ່ລ້ຳເທື່ອ ລາວຈິ່ງຖືໂອນ້ຳສົ້ມປ່ອຍລົງເຮືອນໄປທ່ານ້ຳ.ຫຼັງຈາກອາບນ້ຳສະຫົວແລ້ວ ລາວກໍຢືນຕາກຄີງຢູ່ແຄມທ່ານ້ຳ.ເມື່ອນັ້ນລາດຊະບຸດນ້ອຍກໍໄດ້ໄປ ທ່ຽວຄວ່າຫຼິ້ນທ່ານ້ຳ ຕັ້ງແຕ່ເຊົ້າຍັງບໍ່ກັບຄືນມາວັງ,ພວກຂ້າລາຊະບໍລິພານຮົນເຮທ່ຽວຊອກ ຫາທຸກແຫ່ງ.ເມື່ອເຂົາເຫັນໂອຂອງເສນາເຖົ້າເຊິ່ງເໝືອນກັບໂອຂອງ ລູກພະຍາພວກຂ້າລາຊະບໍລິພານກໍ່ເຂົ້າໃຈພິດວ່າເສນາເຖົ້າໄດ້ຂ້າ ລູກພະຍາເຂົາຈິ່ງຈັບກຸມແລະບັງຄັບລາວໄປທີ່ພະລາຊະວັງ.ພວກເຂົາ ລາຍງານພະຍາວ່າພວກຜູ້ຂ້າໄດ້ຊອກຫາກຸມມານນ້ອຍດົນນານແຕ່ບໍ່ ເຫັນ.ເມື່ອພວກຂ້າໄປທ່ານ້ຳກໍເຫັນເສນາເຖົ້າສະຫົວຢູ່ດ້ວຍໂອຂອງ ເຈົ້າກຸມມານຫຼືວ່າມັນໄດ້ຂ້າກຸມມານແລ້ວໄຫຼນ້ຳຖິ້ມໄປແນ່ແທ້.ໄດ້ ຍິນຄຳເວົ້ານັ້ນພະຍາກໍເລີຍຄຽດແຮງເລີຍສັ່ງໃຫ້ເພັດສະຄາດນຳຕົວ ເສນາເຖົ້າໄປປະຫານເສຍໂດຍບໍ່ມີການຕຶກຕອງ.ຕອນນັ້ນເສນາເຖົ້າກໍຄິດ ເຫັນຄຳເວົ້າຂອງໝໍດູກູບໍ່ມີໂອກາດແລະຄວາມເປັນໄປໄດ້ທີ່ຈະອຸທອນ ໃຫ້ຕົນເອງເລີຍ.ເປັນນຳກູເພີກເສີຍຕໍ່ຄຳເວົ້າຂອງໝໍດູກູຟ້າວ ອອກບ້ານແຕ່ເວັນໂພດຍາມຕູດຊ້າຍຍັງບໍ່ສ້ຽງເທື່ອກູຈິ່ງປະສົບເຄາະ ຕາຍຈັ່ງຊີ້.ເພື່ອແກ້ບັນຫານີ້ກູຕ້ອງຍຶດຊ່ວງຊີວິດກູໄວ້ໃຫ້ກາຍຍາມ ຕູດຊ້າຍກ່ອນ.ດັ່ງນັ້ນເສນາເຖົ້າຈິ່ງເວົ້າກັບເພັດສະຄາດວ່າ:ສູ ເຈົ້າທັງຫຼາຍເຮີຍ!ບໍ່ແມ່ນວ່າກູຈະຂໍສູບໍ່ໃຫ້ປະຫານກູ,ແຕ່ກູນີ້ ເປັນຫ່ວງວ່າຮີດເຄົ້າຂອງເກົ່າຄອງບູຮານອັນດີມີປະໂຫຍດຕໍ່ບ້ານ ເມືອງເຮົານັ້ນຄັນກູຕາຍເສຍຈະບໍ່ມີຜູ້ຮູ້.ໃນເວລາອັນສັ້ນກ່ອນກູ ຕາຍກູຢາກເຮັດສິ່ງທີ່ດີມີປະໂຫຍດໃຫ້ບ້ານເມືອງແລະໃຫ້ສູ,ກູ ຢາກສອນຄວາມຮູ້ວິຊາອັນສູຈະໃຊ້ໄວ້ຖວາຍຄຳປຶກສາແກ່ພະຍາໃນຕຳແໜ່ ງດຽວກັບກູ.ໃຫ້ສູເອົາພັບແລະສໍມາຂຽນກ່າຍເອົາຄຳເວົ້າອັນກູຈະ ບອກໃຫ້.ເພັດສະຄາດກໍເກີດຄວາມຢາກເຮັດຕາມຄຳສະເໜີຂອງລາວໃນບັດ ນັ້ນ,ເພື່ອຈະທ່ວງເວລາປະຫານອອກເສນາເຖົ້າໄດ້ຊອກສິ່ງທີ່ມາເລົ່າ ສູ່ເຂົາຟັງເລື່ອງແລ້ວເລື່ອງເຫລົ່າ.ເມື່ອຍາມຕູດຊ້າຍຜ່ານໄດ້ໜ້ອຍ ໜຶ່ງຜູ້ແຈ້ງຂ່າວກໍຟ້າວນຳຄຳສັ່ງຍົກເລີກການປະຫານມາບອກເພາະວ່າ ລາດສະບຸດນ້ອຍໄດ້ກັບມາວັງ.ຜູ້ຄົນທັງຫຼາຍຕ່າງກໍຊື່ນສວ່າງໃຈທີ່ ບໍ່ສູນເສຍຄົນມີຄວາມຮູ້ຂອງແຜ່ນດິນໄປຢ່າງຜິດພາດ.
ເລື່ອງ ໝາກກ້ວຍຄຳ
ໃນຄັ້ງປະຖົມການນານມາແລ້ວພະຍາຕົນໜຶ່ງມີປະສົງຈະສ້າງໂຮງຫລວງ ເພິ່ນຈິ່ງມີອາດຍາໃຫ້ໝໍຫົນທວາຍດູຫາລຶກງາມຍາມດີ.ເມື່ອຂີດຕາ ລົງເລກດ້ວຍສໍປູນຂາວໃສ່ກະດານດຳແລ້ວລາວກໍຖວາຍຄຳທຳນາຍວ່າ: ເຊົ້າວັນເສົາໜ້າເປັນຍາມອຸຕະມະໂຊກເສົາຈະເກີດເປັນຄຳຫາກແມ່ ນລົງເສົາແມ່ນຍາມນັ້ນແທ້ບໍ່ກາຍ.ເມື່ອເວລາຍາມມາເຖິງແລ້ວເຂົາກໍ ຫາກຫາເດົາດາຕົກແຕ່ງທັງອຸປະກອນແລະວັດສະດຸກໍ່ສ້າງ.ຄັນວ່າໝໍຫົນ ຕີຄ່ອງໂມ່ງແລ້ວເຂົາກໍໂຍ່ງເສົາຂຶ້ນແຕ່ເສົານັ້ນຫາກດູໃຫຍ່ແທ້ ປ່ອນລົງຂຸມໄດ້ວິດຍາມດີໜ້ອຍໜຶ່ງ.ຈາກນັ້ນເຂົາກໍສືບຕໍ່ສ້າງຈົນ ໂຮງຫລວງສຳເລັດບໍລິບວນພະຍາກໍຈົດຈໍ່ຢູ່ລໍຖ້າເປັນປີເສົາໂຮງກໍບໍ່ ກາຍເປັນຄຳພະຍາກໍໂກດເຄັມຂົມຂື່ນເລື້ອຍວ່າໝໍຫົນຕົວະລ່າຍຕົນ ພະຍາຈິ່ງອານັດໃຫ້ເພັດສະຄາດເອົາລາວໄປຂ້າຖິ້ມ.ໃນໄລຍະນັ້ນຈ່າ ສວນຜູ້ດູແລສວນອຸທິຍານຫຼວງກໍນຳເອົາກ້ວຍຄຳເຄືອໃຫຍ່ທີ່ໜ້າງຶດ ງໍ້ມາຖວາຍແກ່ພະຍາພະຍາແປກໃຈແລ້ວຖາມຈ່າສວນວ່າ: ອັນວ່າສຸວັນນະກະທະລີກ້ວຍຄຳເປັນຈັ່ງຊີ້ທ່ານເຮັດຈັ່ງໃດ?ຂ້ານ້ອຍ ບໍ່ໄດ້ເຮັດດອກມັນຫາກເກີດເປັນເອງ.ຂ້ານ້ອຍໄດ້ປູກກ້ວຍນີ້ທັນ ລຶກຍາມທີ່ໝໍບອກຍົກເສົາລົງຂຸມ.ເມື່ອນັ້ນຂ້ານ້ອຍໄດ້ຂຸດຂຸມປູກ ກ້ວຍໄວ້ສາມຂຸມແລ້ວກໍລໍຖ້າຈົນໄດ້ຍິນສຽງຄ້ອງດັງບາດຫົວທີ ຂ້ານ້ອຍກໍເອົາໜໍ່ກ້ວຍໜຶ່ງລົງພ້ອມບາດເມື່ອມັນເກີດໝາກກ້ວຍ ນັ້ນມັນກໍເປັນຄຳຊູ່ໜ່ວຍນັ້ນແລ.ໄດ້ຍິນດັ່ງນັ້ນພະຍາກໍກິນແໜງ ທີ່ຮູ້ວ່າສິ່ງທີ່ໝໍຫົນໄດ້ທຳນາຍໄວ້ຖືກຕ້ອງແມ່ນຍຳທີ່ສຸດ.
ເລື່ອງ ໝາກມ່ວງ
ໃນສວນອຸດທິຍານແຫ່ງນະຄອນພະລານະສີມີຕົ້ນໝາກມ່ວງຄຳໝາກມ່ວງຄຳຫວາ ນຫອມຮ່ວງເຮົ້າ.ເຈົ້າພະຍາກຳຊັບໃຫ້ຈ່າສວນເກັບໝາກມ່ວງນັ້ນໄວ້ໃຫ້ ສະເພາະຄອບຄົວເພິ່ນທຸກວັນ.ຈ່າສວນກໍເຮັດຕາມຄຳກຳຊັບ,ໝາກມ່ວງສຸກ ຄາຕົ້ນລົ່ນລົງມາໜ່ວຍໃດລາວກໍເກັບທ້ອນໄວ້ຖວາຍພະຍາ.ເມື່ອນັ້ນມີໝາກ ມ່ວງໜ່ວຍໜຶ່ງລົ່ນລົງໃກ້ຈູມປວກຮ້າງທີ່ມີຜົ້ງງູເຫົ່າຢູ່.ໄດ້ຍິນ ສຽງໝາກມ່ວງຕົກຖືກດິນງູກໍເລືອອອກມາຈາກຜົ້ງຂົບຕອດໝາກມ່ວງ ນັ້ນພິດກໍລອດເຄືອບເຂົ້າໄປທົ່ວ ໝາກມ່ວງໜ່ວຍນັ້ນ.ເມື່ອຮັບເອົາໝາກມ່ວງຈາກຈ່າສວນແລ້ວພະຍາກໍປາດ ເປັນຝານຢາຍໃຫ້ພວກເດັກນ້ອຍຂອງຕົນ,ກິນໝາກມ່ວງນັ້ນແລ້ວພວກເດັກນ້ອຍ ກໍປວດພິດຮ້າຍກິ້ງເກືອກຕາຍໄປຢ່າງທໍລະມານ.ພະຍາກໍສະຫຼຸບໄປເລີຍ ວ່າຈ່າສວນເປັນຄົນຈົງໃຈວາງຢາໃສ່ໝາກມ່ວງກໍເລີຍໃຈຮ້າຍໜັກຈິ່ງ ສັ່ງໃຫ້ມະຫາດເຫຼັກກຸມຕີຈ່າສວນຈົນຕາຍຢ່າງບໍ່ຈົ່ງໃຫ້ລາວໄດ້ ແກ້ຕົວເລີຍ.ເມື່ອນັ້ນບັນດິດຄົນໜຶ່ງຄິດສືບຫາຄວາມຈິງຂອງ ເລື່ອງ.ລາວສັງເກດເຫັນຮອຍຂູດສອງຮອຍຕໍ່ໃສ່ຮູນ້ອຍຢູ່ເປືອກ ໝາກມ່ວງປ່ຽງໜຶ່ງຈາກນັ້ນລາວກໍໄປສັງເກດເບິ່ງສວນແລະເຫັນຈູມປວກ ໂພນໜຶ່ງ.ລາວກໍເຫັນຮູຢູ່ຂ້າງຈູມປວກນັ້ນເຊິ່ງລາວຄາດການວ່າມັນ ພໍດີກັບລຳຕົວຂອງງູ.ລາວເອົາງ່າໄມ້ແຍ່ເຂົ້າຮູນັ້ນ,ງູເຫົ່າກໍ ເລືອອອກມາລາວຈຶ່ງຂ້າມັນເສຍ.ເມື່ອຮູ້ວ່າພວກເດັກນ້ອຍຕາຍຍ້ອນພິດ ງູພະຍາກໍກິນແໜງຢ່າງຍິ່ງທີ່ໄດ້ລົງໂທດຄົນຢ່າງພິດພາດ
ความคิดเห็น
แสดงความคิดเห็น