ຫລັກສູດ
ເວັບໄຊ

ສະຖານທີ່ຕັ້ງ
ວິທະຍາເຂດ ດົງໂດກ
ຄະນະບໍດີ
ທ່ານ ຮສ ດາສັກ ອຸເທນທະປັນຍາ
ຕິດຕໍ່ຫ້ອງການ
+856-21 740276, 740277
ຄະນະສະຖາປັດຕະຍະກຳສາດ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງການຮຽນ-ການສອນ ສາຂາວິຊາສະຖາປັດຕະຍະກຳສາດ, ສາຂາວິຊາວິທະຍາການອາຄານ ແລະ ສາຂາວິຊາວາງແຜນສະພາບແວດລ້ອມ-ຜັງເມືອງ ເພື່ອສ້າງນັກວິຊາການ, ນັກຄົ້ນຄວ້າ ວິທະຍາສາດ, ການອະນຸລັກ ແລະ ສົ່ງເສີມສິລະປະ, ວັດທະນະທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ.
ພາກຮຽນວິຊາທັງໝົດມີ 3 ພາກຄື:
1). ພາກວິຊາ ສະຖາປັດຕະຍະກຳສາດ.
2). ພາກວິຊາ ວາງແຜນສະພາບແວດລ້ອມ-ຜັງເມືອງ.
3). ພາກວິຊາວິທະຍາການອາຄານ.

ความคิดเห็น
แสดงความคิดเห็น